ສະຫະລັດອາເມຣິກາ

ວິວັດທະນາການ ຂອງການຄ້າທາງ ອິນເຕີແນັດ (ວີດິໂອຮຽນພາສາອັງກິດ ກັບວີດິໂອກ່ຽວຂ້ອງ)

Loading
໑໒:໐໐:໐໐ / -:--:--
ດາວໂຫລດ

The Evolution of Online Shopping

ສື່ຕ່າງໆຂອງຂ່າວຫລືລາຍງານນີ້

ສຽງ
ຫຍໍ້ຫລືຂະຫຍາຍໂຕອັກສອນ - +
ຄຣິສຕົບເຟີ Cruise
ເຮົາຂໍສະເໜີສາລະຄະດີເສດຖະກິດ ທີ່ໜ້າສົນໃຈຂອງພະແນກ
ພາສາ ອັງກິດພິເສດ ຫລື Special English Economic
Report ຂອງວີໂອເອ ກ່ຽວກັບບັນຫາທ້າທາຍຂອງການຄ້າທາງ
ອິນເຕີແນັດ ຫລື E-Commerce ຕໍ່ຮ້ານຄ້າຂາຍເຄື່ອງແບບດັ້ງ
ເດີມ. ຜູ້ສື່ຂ່າວ VOA Christopher Cruise ມີລາຍລະອຽດ
ເລື້ອງນີ້.

ຊາວອາເມຣິກັນມັກຊື້ສິນຄ້າ ແລະການບໍລິການທາງອິນເຕີແນັດ
ຫລາຍຂຶ້ນແບບ ທີ່ບໍ່ເຄີຍມີມາກ່ອນ ໃນທຸກມື້ນີ້. ພວກນັກຊ່ຽວ
ຊານເວົ້າວ່າ ຄວາມນິຍົມໃນການຊື້ເຄື່ອງທາງອິນເຕີແນັດທີ່ວ່ານີ້
ເບິ່ງຄ້າຍກັບວ່າ ຈະແຜ່ລາມໄປຫາປະເທດອື່ນ ອີກດ້ວຍ.

ການຂາຍເຄື່ອງທາງອິນເຕີແນັດ ປັດຈຸບັນນີ້ແມ່ນກວມເອົາຫລາຍເຖິງ 1 ສ່ວນ 10 ຂອງ ການຄ້າຂາຍຍ່ອຍຢູ່ໃນສະຫະລັດ. ສະພາບການອັນນີ້ ໄດ້ເຮັດໃຫ້ ຫ້າງຮ້ານຂາຍເຄື່ອງ ແບບດັ້ງເດີມ ຊອກຫາວິທີການໃໝ່ເພື່ອເຮັດໃຫ້ລູກຄ້າຂອງເຂົາເຈົ້າຍັງມີຄວາມຈົງຮັກ ພັກດີຕໍ່ຫ້າງຮ້ານຂອງເຂົາເຈົ້າ.

ນາງ Lynne Shaner ໃຊ້ອິນເຕີແນັດ ເພື່ອຊື້ທຸກສິ່ງ ທຸກຢ່າງທີ່ລາວຕ້ອງການ ໃນການ ຈັດງານດອງຂອງລາວ ແລະຂອງຂວັນໃນຍາມບຸນຕ່າງໆ ສໍາລັບສາມີ ແລະລູກສາວນ້າ ຂອງລາວ. ນອກເໜືອໄປຈາກອາຫານແລ້ວ 90% ຂອງເຄື່ອງທີ່ນາງຊື້ ແມ່ນສັ່ງໂດຍ ທາງຄອມພີວເຕີຢູ່ເຮືອນຂອງລາວເອງໝົດ.

ນາງ Lynne Shaner ເວົ້າວ່າ “ຂ້ອຍເຫັນວ່າ ໂດຍການທີ່ສາມາດເຂົ້າໄປໃນອິນເຕີແນັດ ແລະເລືອກເອົາສິ່ງຂອງທີ່ຂ້ອຍຕ້ອງເລືອກ, ແລະມີສິ່ງຂອງເຫລົ່ານັ້ນສົ່ງມາເຖິງໜ້າປະຕູ ເຮືອນຂອງຂ້ອຍ, ຂ້ອຍບໍ່ຈຳເປັນຕ້ອງຂັບລົດ, ບໍ່ຕ້ອງໄປພໍ້ຝູງຄົນແອອັດແຫຍ້ກັນ, ຫລີກ ລ້ຽງສຽງດັງຕ່າງໆທັງໝົດເຫລົ່ານັ້ນ ແລະຕາມປົກກະຕິແລ້ວ ຂ້ອຍເລືອກສິນຄ້າໄດ້ດີ ກວ່າ.”

ມີຫລາຍຄົນທີ່ເຮັດຄືກັນກັບ ນາງ Lynne Shaner. ພວກນັກຊ່ຽວຊານ ເວົ້າວ່າການຊື້ ສິນຄ້າທາງອິນເຕີແນັດຂອງຊາວອາເມຣິກັນ ແມ່ນຖີບຕົວສູ່ຈຸດ ສູງສຸດໃນເດືອນພະຈິກ ແລະເດືອນທັນວາ. ມີ 57% ຂອງຊາວອາເມຣິກັນຊື້ສິ່ງຂອງອັນໃດອັນນຶ່ງ ໂດຍທາງອິນ ເຕີແນັດ.

ພວກເຈົ້າຂອງຮ້ານຂາຍເຄື່ອງ ມີຄວາມກັງວົນໃຈວ່າ ຈໍານວນທີ່ເພີ້ມຂຶ້ນໃນການຂາຍ ເຄື່ອງທາງອິນເຕີແນັດ ຈະມີຜົນກະທົບຕໍ່ທຸລະກິດຂອງເຂົາເຈົ້າ. ທ່ານ Ed McLaughlin ສາດສະດາອາຈານສອນວິຊາການຕະຫລາດທີ່ມະຫາວິທະ ຍາໄລ Cornell ເວົ້າວ່າ ພວກເຂົາເຈົ້າ ຄວນເປັນຫ່ວງກ່ຽວກັບເລື້ອງນີ້. ທ່ານ ກ່າວຕໍ່ວີໂອເອ ໂດຍຜ່ານສະໄກພ໌ ວ່າ:

“ອັນໃດກໍຕາມທີ່ສາມາດເຄື່ອນໄດ້ໃນທາງອິນເຕີແນັດ ກໍຈະເຄື່ອນໄປໄດ້. ແລະບັນຫາກໍ ມີແຕ່ວ່າ ຈະເປັນເວລາໃດເທົ່ານັ້ນ.”

ສາດສະດາອາຈານ McLaughlin ເວົ້າວ່າ ຮ້ານຂາຍເຄື່ອງແບບດັ້ງເດີມ ສາມາດ ທີ່ຈະ ຮັກສາລູກຄ້າຂອງພວກເຂົາເຈົ້າໄວ້ໄດ້ ໂດຍການຂາຍສິນຄ້າ ເຊັ່ນເສື້ອຜ້າ, ຊຶ່ງຜູ້ຊື້ອາດ ຢາກຈະເຫັນ ແລະນຸ່ງລອງເບິ່ງກ່ອນຈະຊື້. ທ່ານເວົ້າ ວ່າ ຮ້ານຄ້າເຫລົ່ານີ້ ຍັງສາມາດທີ່ ຈະຂາຍເຄື່ອງຂອງທີ່ຂົນສົ່ງລໍາບາກ. ທ່ານຍັງເວົ້າອີກວ່າ ຮ້ານຄ້າບາງບ່ອນສາມາດເຮັດ ໃຫ້ລູກຄ້າພໍໃຈໄດ້ ໂດຍການຕັ້ງ ຫລື ສ້ອມແປງຜະລິດຕະພັນເຄື່ອງອີເລັກໂທຣນິກ ຕ່າງໆ.

ທ່ານ Bill Martin ເປັນຜູ້ສ້າງຕັ້ງຮ້ານ ShopperTrak ຊຶ່ງທຸລະກິດຂອງທ່ານ ແມ່ນຊ່ວຍ ບັນດາຫ້າງຮ້ານຕ່າງໆ ຮຽນຮູ້ກ່ຽວກັບລູກຄ້າຂອງພວກເຂົາເຈົ້າ. ທ່ານໄດ້ກ່າວຕໍ່ວີໂອເອ ໂດຍຜ່ານທາງສະໄກພ໌ວ່າ ຮ້ານຄ້າແບບດັ້ງເດີມ ແມ່ນ ສະໜອງປະສົບການທາງສັງຄົມ ທີ່ຄົນບາງຄົນມັກ.

ທ່ານ Bill Martin ໃຫ້ເຫດຜົນວ່າ: “ທ່ານຮູ້ບໍ່ວ່າ ມັນຍັງມີພາກສ່ວນທີ່ເປັນອາລົມຢູ່ນໍາ ຢ່າງຫລວງຫລາຍ ໃນເວລາທໍາການຕັດສິນໃຈຊື້ເຄື່ອງ. ມີຫລາຍຄັ້ງທີ່ເຮົາຕ້ອງການ ຄວາມຮູ້ສຶກທີ່ວ່າ ‘ໂອ້ ອັນນີ້ແຫລະແມ່ນສິ່ງທີ່ຂ້ອຍຢາກໄດ້ ແທ້ໆ’ ຄວາມຮູ້ສຶກກ່ອນໜ້າ ທີ່ທ່ານຈະໃຊ້ຈ່າຍເງິນ, ແລະທ່ານບໍ່ສາມາດທີ່ຈະ ມີໄດ້ເວລາໃຊ້ອິນເຕີແນັດຊື້ເຄື່ອງ ຊຶ່ງ ເປັນຂັ້ນຕອນການຊື້ເຄື່ອງ ທີ່ຂ້ອນຂ້າງ ຂາດຄວາມຮູ້ສຶກປະກອບຢູ່ນໍາ.”

ທ່ານ Bill Martin ຍັງໃຫ້ເຫດຜົນວ່າ ຮ້ານຂາຍເຄື່ອງແບບດັ້ງເດີມ ສາມາດທີ່ຈະສະ ໜອງສິນຄ້າໃຫ້ຜູ້ຊື້ເຄື່ອງໄວກວ່າທາງອິນເຕີແນັດ. ແລະຮ້ານຂາຍຍ່ອຍບາງຮ້ານກໍໃຊ້ ອິນເຕີແນັດເພື່ອຊັກຊວນໃຫ້ຜູ້ຄົນໄປຮ້ານຂອງຕົນ.

ໃນຂະນະທີ່ການຄ້າທາງອິນເຕີແນັດ ຫລື E-Commerce ເຮັດໃຫ້ເຈົ້າຂອງ ກິດຈະການ ບາງຄົນເປັນຫ່ວງນັ້ນ ສິ່ງດຽວທີ່ພວກໃຫ້ບໍລິການດ້ານການສົ່ງ ເຄື່ອງຂອງ ເຊັ່ນບໍລິສັດ FedEx ຫລື UPS ກໍຄື ສົ່ງຫີບຫໍ່ເຫຼົ່ານີ້ໃຫ້ທັນເວ ລາ. ຜູ້ຈັດການຂອງ UPS ທ່ານນາງ Dana Kline ເວົ້າວ່າ ບໍລິສັດຂອງ ທ່ານນາງແມ່ນມີວຽກຫລາຍໃນໄລຍະນີ້ຂອງປີ. UPS ຍັງມີວຽກຫຼາຍຈົນເຖິງ ຂັ້ນຕ້ອງໄດ້ຮັບເອົາພະນັກງານໃນຕໍາແໜ່ງຊົ່ວຄາວ 55 ພັນຄົນ ໃນໄລຍະຊ່ວງ ວັນບຸນສົ່ງທ້າຍປີເກົ່າແລະຕ້ອນຮັບປີໃໝ່.

ເບິ່ງວີດິໂອພາສາອັງກິດ

ຄວາມເຫັນ
     
ບໍ່ມີຄວາມເຫັນໃດໆ ກ່ຽວກັບການສະແດງຄວາມເຫັນເທື່ອ ທ່ານເປັນຜູ້ທຳອິດ

ຂ່າວຫລ້າສຸດ

ສຽງ ສຫລ ດໍາເນີນຄະດີ ຊາວ​ຈີນ​ 3 ຄົນ ທີ່ພົວພັນ ການລັກ​ລອບ ​ຄ້າ​ນໍ​ແຮດ​.

ເຈົ້າໜ້າ​ທີ່ລັດຖະບານ​ກາງ​ສະຫະລັດ ​ໄດ້​ຕັ້ງ​ຂໍ້​ຫາ​ຕໍ່ຊາວ​ຈີນ​ສາມ​ຄົນ ທີ່​ມີ​ສ່ວນ​ໃນ​ຂະ​ບວນການ​ທຸ​ລະ​ກິດລັກ​ລອບ​ຄ້າ​ນໍ​ແຮດ​ລະຫວ່າງຊາດ.
ອີກ

ສຽງ ເຈົ້າໜ້າທີ່ວ່າ ສົບທີ່ພົບເຫັນ ແມ່ນເປັນຂອງ ທ້າວ Dorner

ເຈົ້າໜ້າທີ່ເວົ້າວ່າ ສົບທີ່ຖືກເຜົາເປັນຖ່ານ ຢູ່ໃນຊາກຂອງເຮືອນເຊົ່າເທີງພູທີ່ຖືກໄຟໄໝ້ນັ້ນ ແມ່ນອະດີດຕໍາຫຼວດ ແລະຜູ້ຕ້ອງສົງໄສວ່າເປັນຄາດຕະກອນ ທ້າວ Dorner.
ອີກ

ສຽງ ຄູບາ ຊາວທິເບດ ທີ່ເຜົາຕົນເອງ ຢູ່ເນປານ ເຖິງແກ່ ມໍລະນະພາບແລ້ວ

ຄູບາຊາວທິເບດອົງນຶ່ງ ທີ່ໄດ້ເອົາໄຟຈູດເຜົາຕົນເອງ ຢູ່ໃນນະຄອນຫລວງຂອງເນປານ ຊຶ່ງປະກົດວ່າ ເພື່ອເປັນການປະທ້ວງຈີນນັ້ນ ໄດ້ເຖິງແກ່ມໍລະນະພາບແລ້ວ.
ອີກ

ສຽງ ສປຊ ແລະອີຣ່ານ ບໍ່ສາມາດ ຕົກລົງກັນ ດ້ານນິວເຄລຍ

ຄະນະເຈົ້າໜ້າທີ່ ຂອງ IAEA ກັບຄືນມາຈາກອີຣ່ານແລ້ວ ໂດຍປາດສະຈາກຂໍ້ຕົກລົງໃໝ່ໃດໆ ກ່ຽວກັບເລື່ອງນີວເຄລຍ.
ອີກ

ສຽງ ສາຍການບິນ American Airlines ແລະ US Airways ຈະໂຮມເຂົ້າກັນ

ສາຍການບິນ American Airlines, ບໍລິສັດການບິນ ໂດຍສານສະຫະລັດ ໂຮມຕົວເຂົ້າກັນກັບບໍລິສັດ US Airways ແລະກາຍເປັນບໍລິສັດການບິນ ທີ່ໃຫຍ່ທີ່ສຸດໃນໂລກ.
ອີກ
ຕື່ມອີກ
ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
ວີດີໂອ

ວີດີໂອ ຄວາມອ້ວນພີ ພາໃຫ້ເປັນໂຣກເບົາຫວານ ທີ່ພາໃຫ້ເສຍສາຍຕາໄດ້

ໂຣກເບົາຫວານ ປະເພດ 2 ນັ້ນ ກາຍມາເປັນພະຍາດທີ່ ແຜ່ລະບາດອັນນຶ່ງ ແລະນັ້ນກໍພາໃຫ້ມີຄວາມເປັນຫ່ວງໃໝ່ ຂຶ້ນມາ ກ່ຽວກັບພະຍາດທີ່ພົວພັນ ກັບໂຣກເບົາຫວານ ຊຶ່ງລວມມີພະຍາດຕາ ທີ່ວ່າຖ້າຫາກປະໄວ້ໂດຍບໍ່ໄດ້ຮັບ ການປິ່ນປົວ ກໍສາມາດເຮັດໃຫ້ຕາບອດໄດ້.